ຈີນ ມີບົດບາດສຳຄັນໃນການພັດທະນາເມືອງວັງວຽງ ໂດຍຜ່ານໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່
ດ້ວຍ ອຸ່ນແກ້ວ ສຸກສະຫວັນ
2026.08.01
ປະຊາຊົນເມືອງວັງວຽງ ຍັງຂ້ອງໃຈ ກ່ຽວກັບ ແຜນການພັດທະນາເມືອງວັງວຽງ ໃຫ້ເປັນເມືອງໃໝ່ທີ່ທັນສະໄໝ ກວມເອົາເນື້ອທີ່ກວ່າ 7 ພັນເຮັກຕ້າ ຕາມແນວຄິດຂອງລັດຖະບານລາວ ຫຼື ເປັນການສວຍໂອກາດຍາດແຍ່ງເອົາເນື້ອທີ່ດິນ ເພື່ອໄປສ້າງຜົນປະໂຫຍດໃຫ້ກັບພວກພ້ອງເທົ່ານັ້ນ.
ພັດທະນາ ຫຼື ຍາດແຍ່ງທີ່ດິນປະຊາຊົນ ຂະນະທີ່ປະຊາຊົນໃນພື້ນທີ່ເມືອງວັງວຽງ ສ່ວນໃຫຍ່ແມ່ນຄັດຄ້ານ ແລະ ບໍ່ເຫັນດີ ທີ່ຈີນຈະເຂົ້າມາບົດບາດສຳຄັນໃນການພັດທະນາເມືອງວັງວຽງ ເພາະປະຊາຊົນໃນພື້ນທີ່ ບໍ່ໄດ້ຮັບຜົນປະໂຫຍດ.ປັດຈຸບັນ ຈີນ ມີບົດບາດສຳຄັນໃນການພັດທະນາເມືອງວັງວຽງ ໂດຍຜ່ານໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ການທ່ອງທ່ຽວແບບຍືນຍົງ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ.
ຂະນະທີ່ປະຊາຊົນໃນພື້ນທີ່ເມືອງວັງວຽງ ສ່ວນໃຫຍ່ແມ່ນຄັດຄ້ານ ແລະ ບໍ່ເຫັນດີ ທີ່ຈີນຈະເຂົ້າມາບົດບາດສຳຄັນໃນການພັດທະນາເມືອງວັງວຽງ ເພາະປະຊາຊົນໃນພື້ນທີ່ ບໍ່ໄດ້ຮັບຜົນປະໂຫຍດເທົ່າທີ່ຄວນ ທັງທີ່ເປັນຜູ້ເສຍສະລະ ແລະສູນເສຍທີ່ດິນ.
ສຽງຊາວບ້ານ ເມືອງວັງວຽງ ແຂວງວຽງຈັນ: ບໍ່ຍາກໃຫ້ເຮັດວ່າຊັ່ນສ່າ ຖ້າວ່າ ບໍ່ມີວຽກເຮັດ ມັນກໍຈະທຸກໄປທາງໜ້າ ເຮັດແບບເຂົາວ່າ ເຮັດຮ້ານກາສິໂນບໍ ຫຼືເຮັດຕຶກໃຫຍ່ໆ ເຮັດບ້ານພັກ ໂຮງແຮມບໍ ເຮັດໃຫ້ເປັນແນວນີ້ແນວນັ້ນນ່າ ມັນກະບໍ່ແມ່ນທຳມະຊາດແລ້ວ ມັນຍົກເລິກບໍ່ໃຫ້ເຮັດແລ້ວກະແລ້ວເນາະ.
ໄລຍະທີ່ຜ່ານມາ ມີຫຼາຍຂົງເຂດ ທີ່ລັດຖະບານລາວ ວາງແຜນພັດທະນາເມືອງໃໝ່ ແລະຖືກກຳນົດໄວ້ຢ່າງຊັດເຈນໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ຍັງບໍ່ເຫັນປະຈັກຕາ ວ່າຕົວເມືອງເຫຼ່ານັ້ນ ຈະຖືກພັດທະນາຕາມຄຳໂຄສະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງໄດ້ເທື່ອ.
ໂຕຢ່າງ ໂຄງການພັດທະນາເມືອງໃໝ່ອັດສະລິຍະ ນະຄອນຫຼວງວຽງຈັນ 450 ກວມເອົາເນື້ອທີ່ປະມານ 2,300 ປາຍເຮັກຕາ.
ໂຄງການ ອະມະຕະ ສມາດ ແອນ ອີໂກ ຊິຕີ ແຂວງຫຼວງນ້ຳທາ ແລະແຊວງອຸດົມໄຊ ກວມເອົາເນື້ອທີ່ 400 ປາຍເຮັກຕາ.
ເຂດເສດຖະກິດໃໝ່ສີທັນດອນ ແຂວງຈຳປາສັກ ກວມເອົສເນື້ອທີ່ 9 ພັນປາຍເຮັກຕາ.
ໂຄງການພັດທະນາຕົວເມືອງໃໝ່ໃນ ເມືອງທ່າແຂກ ແຂວງຄໍາມ່ວນ ກວມເອົາເນື້ອທີ່ 1 ພັນເຮັກຕາ.
ຈະເຫັນໄດ້ວ່າ ແຜນພັດທະນາເມືອງໃໝ່ທັງໝົດ ຍັງບໍ່ເຫັນຂັງເຂດໃດ ບັນລຸຜົນສຳເລັດ ແຕ່ສິ່ງທີ່ເຫັນຈະແຈ້ງ ຄື ປະຊາຊົນຈຳນວນຫຼາຍ ຕ້ອງສູນເສຍທີ່ດິນ ແລະຖືກຍົກຍ້າຍອອກຈາກພື້ນທີ່.
| # | Наименование новости | Тональность | Информативность | Дата публикации |
|---|---|---|---|---|
| 1 | ຈີນ, ຫວຽດນາມ ຈະພັດທະນາສອງແຂວງ ຫຼື ຂຸດເອົາແຮ່ທາດ | 0 | 7.51 | 13-08-2026 |
| 2 | Китай уделяет внимание научно-технологическому развитию как основе модернизации страны | 0 | 12.34 | 05-08-2026 |
| 3 | Архитектурные чудачества Китая | 0 | 5.62 | 04-02-2026 |
| 4 | Китай создал в море огромный остров под военную базу | 0 | 10 | 22-08-2026 |
| 5 | В Китае пообещали создать лучшие в мире условия для иностранных инвесторов | 0 | 0 | 27-12-2018 |
| 6 | Xi touts Chinese wisdom and solutions as a model for developing nations | 5 | 6 | 01-07-2026 |
| 7 | Three Decades in, China Is Cashing in on Sudan’s Collapse | 0 | 7.35 | 08-07-2026 |
| 8 | Xinhua: Китай успешно развивает технологии для высадки в 2030 году тайконавтов на Луну | 0 | 0 | 23-07-2023 |
| 9 | Портал в Суперземлю и цивилизация ктонов. Что китайцы обнаружили в ... | 0 | 3 | 18-07-2026 |