ຄົບ 8 ປີ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທ
ດ້ວຍ ອຸ່ນແກ້ວ ສຸກສະຫວັນ
2026.07.22
ຄົບ 8 ປີ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທຸກຍາກຫຼາຍ.
8 ປີ ເຂື່ອນແຕກ ແຕ່ ປະຊາຊົນຍັງຢູ່ຢ່າງລໍາບາກ ຄົບ 8 ປີ ເຂື່ອນເຊປຽນ-ເຊນ້ອຍນ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທຸກຍາກຫຼາຍ8 ປີຜ່ານມາ ວຽກງານການຟື້ນຟູຄຸນນະພາບຊີວິດການເປັນຢູ່ຂອງຊາວບ້ານ, ການພັດທະນາໂຄງລ່າງພື້ນຖານຕ່າງໆ ມີຄວາມຊັກຊ້າ ຂາດປະສິດທິພາບ ຫຼາຍໂຄງການພັດທະນາໄປແລ້ວ ບໍ່ໄດ້ມາດຕະຖານ ເຮັດໃຫ້ຊາວບ້ານສ່ວນໃຫຍ່ ບໍ່ໄດ້ຮັບຄວາມສະດວກສະບາຍ ມີແຕ່ທຸກໄປຕື່ມ ແລະມີບໍ່ດອດ 30% ທີ່ສາມາດກຸ້ມຕົວເອງໄດ້
ຊາວບ້ານຜູ້ປະສົບໄພ ເມືອງສະໜາມໄຊ ເວົ້າວ່າ ກ່ອນເຂື່ອນແຕກ ຊາວບ້ານເມືອງສະໜາມໄຊ ມີລາຍໄດ້ປະມານ 20 ລ້ານກີບຕໍ່ຄົນຕໍ່ປີ ຫຼັງເຂື່ອນແຕກຜ່ານມາ 8 ປີແລ້ວ ລາຍໄດ້ຂອງຊາວບ້ານ ຫຼຸດຕ່ຳກວ່າ 20 ລ້ານກີບຕໍ່ຄົນຕໍ່ປີ, ຕາມລາຍງານຂອງແຂວງອັດຕະປື ລະບຸວ່າ ລາຍໄດ້ສະເລ່ຍຕໍ່ຫົວຄົນ ທົ່ວເມືອງສະໜາມໄຊ ບັນລຸປະມານ 20 ລ້ານກີບຕໍ່ຄົນຕໍ່ປີ
ເລື່ອງທີ່ດິນທຳການກະເສດ ຖືເປັນຄວາມຫຍຸ້ງຍາກທີ່ສຸດຂອງຊາວບ້ານ ເນື່ອງຈາກ ການຈັດສັນທີ່ດິນໃຫ້ນັ້ນ ບໍ່ມີຄວາມເໝາະສົມ ປູກພືດ-ຜັກ ກະຍາກ ບໍ່ມີແຫຼ່ງນ້ຳພຽງພໍ ແລະຍັງຫ່າງໄກຈາກເຂດບ້ານ ປະມານ 10 ຫຼັກ, ຊາວບ້ານຫຼາຍຄອບຄົວ ປະຖິ້ມເຮືອນຊານຍ້າຍໄປຢູ່ທົ່ງ-ຢູ່ສວນ ເພື່ອຄວາມສະດວກໃນການທຳການກະເສດ.
ຊາວບ້ານເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບເຂື່ອນແຕກ ໄດ້ກ່າວວ່າ:
“ຫາແນວໃດ ມັນກະຍາກຄູ່ມື້ນີ້ ເງິນກະເຟີຄືຄູມື້ນີ້ ເຮັດຮົ້ວເຮັດສວນ ພໍໄດ້ກິນ ບໍ່ເຖິງ 30 ດອກ ຄົນທີ່ວ່າ ຊິສະບາຍຂຶ້ນ ບໍ່ມີນ່າ ທຸກກວ່າເກົ່າອີກນ່າ ບໍ່ແມ່ນທຸກຄືອເກົ່າ ບ່ອນຫາຢູ່ຫາກິນກະໄກ ໄປ-ມາກະຍາກຂຶ້ນ”
ສ່ວນວຽກງານການຊົດເຊຍເງິນ ປະເພດຊັບສິນມີຄ່າ ເກືອບ 700 ຕື້ກີບ ໃຫັກັບຜູ້ໄດ້ຮັບຜົນກະທົບ ກໍຍັງມິດວຽບ ຈະມີຄຳສັ່ງຈາກ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮີບດ່ວນ ເກັບຂໍ້ມູນ ແລະມອບເງິນຊົດເຊຍໃຫ້ໄວທີ່ສຸດ ແຕ່ການປະຕິບັດໂຕຈິງ ພັດຊັກຊ້າ ບໍ່ໄປ-ບໍ່ມາແນວໃດ.
ນອກຈາກນີ້ ຍັງເກິດການຮັ່ວໄຫຼຂອງເງິນຊົດເຊຍ ຈຳນວນ 81 ຕື້ກີບ ກໍຍັງຜົນການສືບສວນສອບສວນຢ່າງຈະແຈ້ງ ວ່າເງິນຈຳນວນນັ້ນ ຮັ່ວໄຫຼໄປໄດ້ແນວໃດ ແລະພາກສ່ວນໃດ ເປັນຜູ້ເອົາໄປນຳໃຊ້.
ເຫດການ ສັນເຂື່ອນ D ຂອງເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ່ 23 ກໍລະກົດ ປີ 2018 ສ້າງຫາຍະນະມະຫາສານ ແລະຄວາມທຸກໂສກ ມີຜູ້ເສຍຊີວິດ 71 ຄົນບ້ານຖືກນ້ຳໄຫຼຊຸຢ່າງຮຸນແຮງ ກວມເອົາ 18 ບ້ານ ຊາວບ້ານ 13 ພັນຄົນ ບໍ່ມີບ່ອນຢູ່ອາໄສ.
| # | Наименование новости | Тональность | Информативность | Дата публикации |
|---|---|---|---|---|
| 1 | ຊາວບ້ານສົງໄສປາຕາຍ ຍ້ອນສານເຄມີຈາກເຂື່ອນ | 0 | 26.67 | 02-07-2026 |
| 2 | 0 | 18.53 | 23-08-2010 | |
| 3 | Тәжікстанның арнайы қызметі Ауғанстанмен шекарадағы атыста 2 адам қаза болғанын айтты | 0 | 10.38 | 22-08-2026 |
| 4 | ເຂດເສດຖະກິດບາງແຫ່ງ ເປັນແຫລ່ງຊ້ອງສຸມອາດສະຍາກໍາ | 0 | 10 | 22-08-2026 |
| 5 | «По закону — в 18, по факту — после 35»: сироты пожаловались на очередь | -2 | 6 | 05-07-2026 |
| 6 | Самая пожилая жительница Филиппин умерла в возрасте 124 лет | 0 | 0 | 24-11-2021 |
| 7 | Глава Забайкалья поручила разработать законопроект о детях войны | 0 | 0 | 19-09-2018 |
| 8 | Минздрав назвал регионы с самым медленным темпом роста продолжительности жизни | 0 | 0 | 19-11-2018 |
| 9 | Брошенных в Шереметьево детей отдадут бабушке | 0 | 0 | 30-01-2020 |
| 10 | Хуснуллин отметил выдержку жителей Донбасса и Новороссии | 0 | 12.49 | 10-08-2026 |