Вход на сайт

Просмотр новости

Найдите то, что Вас интересует

ຊາວບ້ານສົງໄສປາຕາຍ ຍ້ອນສານເຄມີຈາກເຂື່ອນ

Дата публикации: 02-07-2026 14:04:38

ປາຕາຍຢູ່ເຂື່ອນນໍ້າອູ 4 ຊາວບ້ານສົງໄສວ່າ ມີບາງຢ່າງປ່ອຍຈາກເຂື່ອນເຮັດໃຫ້ປາຕາຍ.

Основное содержимое страницы с новостью.

Radio Free Asia Logo

ຊາວບ້ານສົງໄສປາຕາຍ ຍ້ອນສານເຄມີຈາກເຂື່ອນປາຕາຍຢູ່ໜ້າເຂື່ອນນໍ້າອູ4

ດ້ວຍ ອຸ່ນແກ້ວ ສຸກສະຫວັນ

2026.07.02

ຊາວບ້ານຢູ່ເມືອງຂວາ ແຂວງຜົ້ງສາລີ ສົງໄສ ກໍລະນີ ປາຕາຍຈຳນວນຫຼາຍ ບໍລິເວນໜ້າເຂື່ອນ ແລະກ້ອງເຂື່ອນໄຟຟ້ານ້ຳອູ 4 ອາດມີສານເຄມີບາງຢ່າງ ເກິດການຮັ່ວໄຫຼໃສ່ແມ່ນ້ຳ.

ຊາວບ້ານສົງໄສປາຕາຍ ຍ້ອນສານເຄມີຈາກເຂື່ອນ ປາຕາຍໜ້າເຂື່ອນນໍ້າອູ4 ໃນເດືອນ ມິຖຸນາ 2026

ນອກຈາກນີ້ ພາຍໃນເຂດເມືອງຂວາ ກໍບໍ່ໄດ້ມີໂຮງຈັກ ໂຮງງານຂະໜາດໃຫຍ່ ທີ່ເປັນອັນຕະລາຍ ຫຼື ມີການປ່ອຍນ້ຳເປື້ອນລົງສູ່ແມ່ນ້ຳອູ ຊາວບ້ານຈຶ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ກວດຫາສາເຫດຢ່າງລະອຽດ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຊາວບ້ານໃນພື້ນທີ່ໃນໄລຍະຍາວ.

ຊາວບ້ານ ເມືອງຂວາ ແຂວງຜົ້ງສາລີ: ຫາກໍມີວັນທີ 20 ປາຍນີ້ແຫຼະ ຍ້ານຂະເຈົ້າຢູ່ເຂື່ອນຫັ້ນນ່າເນາະ ຂະເຈົ້າໃສ່ຢາແມ່ນຫຍັງບໍ່ຮູ້ແຫຼະເນາະ, ບໍ່ມີໂຮງງານ ຢູ່ໃນເຂື່ອນນີ້ແຫຼະ ເຂື່ອນຢູ່ເໜືອນີ້ ຂຶ້ນເມືອ 4 ກິໂລແມັດເນາະ ເພິ່ນໃສ່ຢາອີ່ຫຍັງຢູ່ເຂື່ອນນີ້ນ່າ ຕະກ່ອນກະບໍ່ເຄີຍມີແບບນີ້ຫັ້ນນ່າ.

ກ່ຽວກັບເລື່ອງນີ້ ພະແນກກະສິກຳ ແລະສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ລົງເກັບໂຕຢ່າງປາຕາຍ ແລະນ້ຳ ເພື່ອໄປກວດຫາສາເຫດ ແຕ່ຍັງບໍ່ມີການສະຫຼຸບຜົນເທື່ອ.

ເຈົ້າໜ້າທີ່ພະແນກກະສິກຳແລະສິ່ງແວດລ້ອມ ແຂວງຜົ້ງສາລີ ກໍຍັ່ງຍືນອີກວ່າ ເບື້ອງຕົ້ນ ບໍ່ພົບເຫັນໂຮງງານໃດໆ ທີ່ເປັນອັນຕະລາຍ ທີ່ຈະເຮັດໃຫ້ສັດນ້ຳຕາຍເປັນຈຳນວນຫຼາຍໄດ້ ມີແຕ່ເຂື່ອນໄຟຟ້ານ້ຳອູ 4 ທີ່ຕັ້ງຢູ່ໃນເຂດດັ່ງກ່າວ.

ເຈົ້າໜ້າທີ່ພະແນກກະສິກຳແລະສິ່ງແວດລ້ອມ ແຂວງຜົ້ງສາລີ ກ່າວວ່າ:

ຍັງບໍ່ມີຜົນສະຫຼຸບ ກະບໍ່ແນ່ໃຈວ່າຍ້ອນສາເຫດຫຍັງ ຂະເຈົ້າຫຍັງເອົາໄປວິໄຈເບິ່ງ, ໂຮງງານນີ້ບໍ່ມີແລ້ວ ກະມີແຕ່ເຂື່ອນໄຟຟ້ານີ້.

ປາທີ່ຕາຍໃນເຂດເຂື່ອນໄຟຟ້ານ້ຳອູ 4 ສ່ວນຫຼາຍ ຈະແມ່ນ ປາປາກຫົວນ້ອຍ, ປາປາກຫົວໃຫ່ຍ, ປາໂຈກ, ປາອີໄທ, ປາຄໍ່, ປາສະໂຖ ແລະ ກຸ້ງ ຟູຂຶ້ນມາເທິງໜ້ານໍ້າເປັນຈໍານວນຫຼາຍ.

ພາຍຫຼັງເກີດເຫດປາຕາຍຈຳນວນຫຼາຍ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງຂວາ ກໍໄດ້ປະກາດ ແຈ້ງເຕືອນປະຊາຊົນຢ່າງຮີບດ່ວນ ກ່ຽວກັບ ການຫ້າມບໍລິໂພກ ປາ, ປູ, ກຸ້ງ, ຫອຍ ຕາມກ້ອງເຂື່ອນນ້ຳອູ 4 ລົງຮອດບ້ານສົບອັດ ເມືອງຂວາ ແຂວງຜົ້ງສາລີ ຈົນກວ່າຈະມີປະກາດຍົກເລີກ.

Схожие новости

#Наименование новостиТональностьИнформативностьДата публикации
18 ປີ ເຂື່ອນແຕກ ແຕ່ ປະຊາຊົນຍັງຢູ່ຢ່າງລໍາບາກ 019.5922-07-2026
2ໄມ້ເຖື່ອນເມືອງຕຸ້ມລານ ສົ່ງອອກຂາຍ ຫວຽດນາມ 01011-06-2026
3ສາທາ: ຜົນກວດນໍ້າດື່ມເບື້ອງຕົ້ນ ບໍ່ມີສານພິດ01001-07-2026
4ສາທາ ສັງໂຈະໂຮງໝໍ BLL ຂໍ້ຫາຄ້າອະໄວຍະວະຜິດກົດໝາຍ05.6322-07-2026
5ປະຊາຊົນ 26 ບ້ານ ຈະໄດ້ຮັບຜົນກະທົບຈາກເຂື່ອນປາກແບງ 024.8415-08-2026
6В Шарташском лесопарке предупредили об опасности падения деревьев014.6520-07-2026
7ຄ່າໄຟຟ້າແພງຂຶ້ນອີກແລ້ວ01017-08-2026
8Уровень воды в реках Амурской области стабильно снижается0005-07-2021
9В Приангарье подтопило 12 приусадебных участков0011-05-2025
10В Хабаровском крае из-за подъема уровня Амура разрушился дом012.1412-08-2026

Классификация: . Схожих патентов: 0. Схожих новостей: 10. Тональность: 0. Информативность: 26.67. Источник: www.rfa.org.