Вход на сайт

Просмотр новости

Найдите то, что Вас интересует

ລາວບໍ່ສາມາດ ປະກາດພົ້ນທຸກ

Дата публикации: 13-07-2026 14:14:52

ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ລັດຖະບານ ຈະເຮັດໃຫ້ຄອບຄົວທຸກຍາກເກືອບ 2 ແສນ ຄອບຄົວ ຫຼຸດພົ້ນທຸກ.

Основное содержимое страницы с новостью.

Radio Free Asia Logo

ລາວບໍ່ສາມາດ ປະກາດພົ້ນທຸກ ມີຄອບຄົວທຸກຍາກເກືອບ 200,000 ຄົນ

ດ້ວຍ ອຸ່ນແກ້ວ ສຸກສະຫວັນ

2026.07.13

ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ລັດຖະບານ ຈະເຮັດໃຫ້ຄອບຄົວທຸກຍາກເກືອບ 2 ແສນ ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກພາຍໃນປີ 2026.

ລາວ ບໍ່ສາມາດປະກາດພົ້ນທຸກໄດ້ ອີກແລ້ວ ມີຄອບຄົວທຸກຍາກຢູ່ລາວ ເກືອບ 200,000 ຄົນ ແລະ ລັດຖະບານໄດ້ເລື່ອນການປະກາດພົ້ນທຸກອອກໄປ ຈົນຮອດປີ 2030.​

ລັດຖະບານລາວ ບໍ່ສາມາດປະກາດ ຈະອອກຈາກສະຖານະພາບປະເທດດ້ອຍພັັັດທະນາ ມາຕັ້ງແຕ່ປີ 2020 ແຕ່ ກໍມີຂໍ້ອ້າງວ່າ ຍ້ອນການລະບາດຂອງໂຄວິດ-19. ຕໍ່ມາ ລັດຖະບານລາວຈຶ່ງ ເລື່ອນມາປະກາດໃນປີ 2024 ແຕ່ ກໍບໍ່ສາມາດປະກາດໄດ້, ແລະ ລັດຖະບານ ຈຶ່ງເລື່ອນມາ ປີ 2026.

ລັດຖະບານລາວ ໄດ້ລາຍງານວ່າ ຍັງມີຄອບຄົວທຸກຍາກ ເກືອບ 2 ແສນຄອບຄົວ ຄິດເປັນເບີເຊັນ ປະມານ 14.% ແລະ ຈະຍົກເອົາບັນຫາ ການຫຼຸດຜ່ອນຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ ໃນປີ 2027 ຫາ 2030 ນີ້.

ນັກວິຊາການ ທາງດ້ານເສດຖະກິດລາວ ເຫັນວ່າ ມັນບໍ່ງ່າຍ ທີ່ຈະປະກາດພາຍໃນປີ 2026.

ການຫຼຸດຜ່ອນຄວາມທຸກຍາກ ພັດທະນາຊົນນະບົດ ມັນບໍ່ພຽງແຕ່ວ່າ ໄປສົ່ງເສີມກະສິກຳ ກັບສ້າງອາຊີບ ມັນມີຫຼາຍປັດຈັຍ ຫຼາຍແນວ ມັນບໍ່ງ່າຍ, GDP ເພິ່ມຂຶ້ນ ສ່ວນຫຼາຍຈະເປັນການລົງທຶນຂະໜາດໃຫຍ່ ແຕ່ມັນບໍ່ສົ່ງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນປານໃດ

ປະຊາຊົນລາວຈຳນວນນຶ່ງ ກໍເຫັນວ່າ ເປັນໄປໄດ້ຍາກ ທີ່ຈະໃຫ້ປະເທດລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 ນີ້.

ສະພາບແວດລ້ອມ ໃນການພັດທະນາຫັ້ນກະ ບໍ່ມີຄວາມຄືບໜ້າ ມັນກະຫຼາຍສາເຫດ ດຽວນີ້ວັດຖຸ ສິ່ງຂອງ ຊິພັດທະນາຫັ້ນບໍ່ມີ ມັນບໍ່ໝັ່ນຄົງ

ຜົນການລາຍງານຂອງລັດຖະບານລາວ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ເລື່ອງ ການຫຼຸດຜ່ອນຄວາມທຸກຍາກ ຍັງບໍ່ສອດຄ້ອງ ແລະສວນທາງ ກັບແຜນການພັດທະນາປະເທດ ທີ່ຈະເຮັດໃຫ້ປະເທດລາວ ຫຼຸດອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້

Схожие новости

#Наименование новостиТональностьИнформативностьДата публикации
1ລັດຖະບານລາວ ປະກາດຟອກຂາວສະແກມເມີ01001-08-2026
2ຄົນລາວ: ບໍ່ເຊື່ອວ່າ ມີແຕ່ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ036.6708-07-2026
3ເຂື່ອນບໍ່ຮັບຜິດຊອບທົດແທນຄວາມເສຍຫາຍ 022.508-06-2026
4ວາລະແຫ່ງຊາດຂອງລັດຖະບານ ບໍ່ເຄີຍບັນລຸເປົ້າ.08.2617-06-2026
5ລາວຂາດແຄນແຮງງານ, ແຮງງານຕ່າງດ້າວເຂົ້າມາແທນ 01001-07-2026
6ສະເລ່ຍ ຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ 031.4307-07-2026
7ຄ່າໄຟຟ້າແພງຂຶ້ນອີກແລ້ວ01017-08-2026
8ຈີນເຂົ້າມາຄອບຄົວ ຄວບຄຸມລາວຫຼາຍດ້ານ01020-07-2026
9ນັກຮຽນເສັງເຂົ້າຮຽນ ມຊ ໜ້ອຍ 01004-08-2026
10ລາວຕິດອັນດັບ 178 ຈາກ 180 ປະເທດ ເກືອບໂລ້ຍໝູ່ ດ້ານສິ່ງແວດລ້ອມ028.7515-06-2026

Классификация: Общество. Схожих патентов: 0. Схожих новостей: 10. Тональность: 0. Информативность: 17.69. Источник: www.rfa.org.