Вход на сайт

Просмотр новости

Найдите то, что Вас интересует

ລາວຕິດອັນດັບ 178 ຈາກ 180 ປະເທດ ເກືອບໂລ້ຍໝູ່ ດ້ານສິ່ງແວດລ້ອມ

Дата публикации: 15-06-2026 15:20:46

ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມ ຫຼື EPI ປີ 2024 ສະບັບຫຼ້າສຸດ ໄດ້ລາຍງານເລື່ອງ ດ້ານຄວາມຍືນຍົງ, ສຸຂະພາບສິ່ງແວດລ້ອມ.

Основное содержимое страницы с новостью.

Radio Free Asia Logo

ບັນຫາສິ່ງແວດລ້ອມຢູ່ລາວ ຍັງໝັກໜ່ວງ

ດ້ວຍ ອຸ່ນແກ້ວ ສຸກສະຫວັນ

2026.06.15

ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມ ຫຼື EPI ປີ 2024 ສະບັບຫຼ້າສຸດ ໄດ້ລາຍງານເລື່ອງ ດ້ານຄວາມຍືນຍົງ, ສຸຂະພາບສິ່ງແວດລ້ອມ, ແລະ ຄວາມສົມບູນຂອງລະບົບນິເວດທົ່ວໂລກ.

ລາວຕິດອັນດັບ 178 ຈາກ 180 ປະເທດ ເກືອບໂລ້ຍໝູ່ ດ້ານສິ່ງແວດລ້ອມ

ປະເທດລາວ ຖືກຈັດອັນດັບ ໃຫ້ຢູ່ໃນອັນດັບທີ່ 178 ຈາກທັງໝົດ 180 ປະເທດທົ່ວໂລກ ດ້ວຍຄະແນນ 26.3 ຈາກ 100 ຄະແນນ ເກືອບອັບດັບສຸດທ້າຍ ຮອງຈາກປະເທດປາກີສະຖານ ແລະ ຫວຽດນາມ.

ການປະເມີນຜົນ ພົບວ່າ ປະເທດລາວ ມີການນຳໃຊ້ຊັບພະຍາກອນທຳມະຊາດຢ່າງໜັກໜ່ວງ ແລະ ຂາດປະສິດທິພາບໃນການຄວບຄຸມ ເປັນຕົ້ນ ເລື່ອງຄຸນ ນະພາບອາກາດ, ການບໍລິຫານ-ຈັດການນໍ້າ, ການຈັດການຂີ້ເຫຍື້ອ, ການປົກປັກຮັກສາປ່າໄມ້ ແລະ ການປ່ອຍອາຍພິດເຮືອນແກ້ວ.

ເຈົ້າໜ້າທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ສຽງເຈົ້າໜ້າທີ່ ກະຊວງກະສິກຳແລະສິ່ງແວດລ້ອມສຳປະທານໄດ້ເງິນມາບໍລິຫານຢູ່ ແຕ່ວ່າ ບໍ່ສົມຄ່ານ່າ ສຳພັດວ່າ ປ່າໄມ້ຖືກຫຼຸດລົງ ບໍ່ໄດ້ຕາມແຜນຍຸດທະສາດຂອງປ່າໄມ້ ຄັນບໍ່ຄຸມແທ້ ມັນກະໂອ້ ປ່າໄມ້ຫຼຸດນ້ອຍຖອຍລົງແລ້ວ ຊາວບ້ານບໍ່ມີດິນທຳການຜະ ລິດ.

ຕະຫຼອດຫຼາຍປີມານີ້ ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດຕ່າງປະເທດ ໂດຍສະເພາະ ຈີນ ແລະຫວຽດນາມ ທີ່ເປັນຜູ້ເຂົ້າມາລົງທຶນສູງສຸດໃນລາວ ເຂົ້າມາເຊົ່າ-ສຳປະທານ ທີ່ດິນແລະປ່າໄມ້ ເປັນຈຳນວນຫຼາຍ ໂດຍບໍ່ມີການຄວບຄຸມປະລິມານ ແລະຄຸນນະພາບ.

ຫຼາຍໂຄງການ ບໍ່ປະຕິບັດຕາມສັນຍາດ້ານສິ່ງແວດລ້ອມ ເຮັດໃຫ້ເກິດຜົນກະທົບຕໍ່ສິ່ງ ແວດລ້ອມ ແລະສັງຄົມຢ່າງໜັກ ຍົກໂຕຢ່າງ ມີການປ່ອຍສານເຄມີລົງສູ່ແຫຼ່ງນ້ຳ ທຳມະຊາດ ກະທົບຕໍ່ລະບົບນິເວດ ແລະວິຖີຊີວິດຂອງຊາວບ້ານ, ມີການຕັດໄມ້ ທຳລາຍ ປ່າ ເພື່ອຂຸດຄົ້ນແຮ່ທາດ ເພື່ອປູກພືດເສດຖະກິດ ແລະ ການສ້າງເຂື່ອນເປັນ ຈຳນວນ ຫຼາຍ ເມື່ອເກິດຜົນກະທົບຂຶ້ນແລ້ວ ພັດບໍ່ສາມາດແກ້ໄຂຜົນກະທົບເຫຼົ່ານັ້ນໄດ້ຢ່າງ ມີປະສິດທິພາບ.

Схожие новости

#Наименование новостиТональностьИнформативностьДата публикации
1ເຂື່ອນບໍ່ຮັບຜິດຊອບທົດແທນຄວາມເສຍຫາຍ 022.508-06-2026
2ວາລະແຫ່ງຊາດຂອງລັດຖະບານ ບໍ່ເຄີຍບັນລຸເປົ້າ.08.2617-06-2026
3ຄ່າໄຟຟ້າແພງຂຶ້ນອີກແລ້ວ01017-08-2026
4ຈີນເຂົ້າມາຄອບຄົວ ຄວບຄຸມລາວຫຼາຍດ້ານ01020-07-2026
5ລັດຖະບານລາວ ປະກາດຟອກຂາວສະແກມເມີ01001-08-2026
6ລາວຂາດແຄນແຮງງານ, ແຮງງານຕ່າງດ້າວເຂົ້າມາແທນ 01001-07-2026
7ຄົນລາວ: ບໍ່ເຊື່ອວ່າ ມີແຕ່ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ036.6708-07-2026
8ສະເລ່ຍ ຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ 031.4307-07-2026
9ລາວບໍ່ສາມາດ ປະກາດພົ້ນທຸກ 017.6913-07-2026
10Европа возглавила мировой рейтинг стран с самой эффективной экологической политикой08.0717-07-2026

Классификация: . Схожих патентов: 0. Схожих новостей: 10. Тональность: 0. Информативность: 28.75. Источник: www.rfa.org.