Вход на сайт

Просмотр новости

Найдите то, что Вас интересует

ສາທາ: ຜົນກວດນໍ້າດື່ມເບື້ອງຕົ້ນ ບໍ່ມີສານພິດ

Дата публикации: 01-07-2026 00:00:18

ເຈົ້າໜ້າທີ່ສາທາ ຊີ້ແຈງຜົນກວດເບື້ອງຕົ້ນ ບໍ່ມີສານພິດໃນໂຮງງານນໍ້າດື່ມ.

Основное содержимое страницы с новостью.

Radio Free Asia Logo

ສາທາ: ຜົນກວດນໍ້າດື່ມເບື້ອງຕົ້ນ ບໍ່ມີສານພິດເຈົ້າໜ້າທີ່ຍັງລໍຜົນກວດອີກຫຼາຍຄັ້ງ ເພື່ອພິສູດ ກໍລະນີຄົນເສຍຊີວິດ ຍ້ອນດື່ມດື່ມ.

ດ້ວຍ ອຸ່ນແກ້ວ ສຸກສະຫວັນ

2026.06.30

ຜ່ານມາ 24 ມື້ແລ້ວ ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ຍັງບໍ່ສະຫຼຸບສາເຫດແທ້ຈິງ ກໍລະນີ ມີຄົນເສຍຊີວິດ 2 ຄົນ ເມື່ອວັນທີ່ 3 ມິຖຸນາ 2026 ຍ້ອນດື່ມນ້ຳ ຈາກໂຮງງານນ້ຳດື່ມແສງສະອາດ ບ້ານນໍ້າແພດ ເມືອງໝື່ນ ແຂວງວຽງຈັນ.

ສາທາ: ຜົນກວດນໍ້າດື່ມເບື້ອງຕົ້ນ ບໍ່ມີສານພິດ ເຈົ້າໜ້າທີ່ຍັງຈະກວດນໍ້າອີກຫຼາຍຄັ້ງ ເຖິງວ່າ ຈະບໍ່ມີສານປົນເປື້ອນ ຈາກຜົນກວດເບື້ອງຕົ້ນກໍຕາມ.

ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກຳລັງດຳເນີນການສືບສວນ ແລະ ກວດສອບຢ່າງລະອຽດ ໂດຍຍັງບໍ່ໄດ້ສະຫຼຸບວ່າ ສາເຫດການເສຍຊີວິດມາຈາກນ້ຳດື່ມໂດຍກົງ ຫຼື ມີປັດໄຈອື່ນຮ່ວມນຳ.

ຍັງຕ້ອງລໍຖ້າຜົນການກວດພິສູດຈາກຫ້ອງວິທະຍາສາດ ແລະ ການຊັນສູດສົບ ຊຶ່ງຈະເປັນຂໍ້ມູນສຳຄັນໃນການຢືນຢັນຂໍ້ເທັດຈິງ.

ເຈົ້າໜ້າທີ່ພະແນກສາທາລະນະສຸກ ແຂວງວຽງຈັນ ກ່າວວ່າ: ປັດຈຸບັນນີ້ ຜົນກວດກະຖືອອກມາແລ້ວ ແຕ່ວ່າ ພວກເຮົາມີການກວດຍືນຍັນຂອງຫຼາຍຫ້ອງແລັບ ນ້ຳແທ້ມັນກະບໍ່ຕາຍ ບາດແຕ່ເຮົາໄປກວດຢູ່ຫັ້ນ ມັນກະບໍ່ຕາຍ ບໍ່ເປັນຫຍັງ ເອີ… ມັນນ້ຳກະຈາຍອອກໄປເປັນ 100, 200 ຕຸກເນາະ ແຕ່ວ່າມັນເປັນຫຍັງ ມັນໄປຕາຍຢູ່ຕົງນັ້ນ ມັນກະແມ້ນສາເຫດຂອງມັນ.

ທາງດ້ານ ເຈົ້າຂອງໂຮງງານນ້ຳດື່ມແສງສະອາດ ໄດ້ຍັ່ງຍືນກັບເອເຊຍເສລີວ່າ ໂຮງງານນ້ຳດື່ມ ເປັນທຸລະກິດຄອບຄົວ ຫາກໍເປິດໄດ້ປະມານ 1 ປີປາຍ ບໍ່ມີພະນັງງານຮັບຈ້າງ ທຸກຂັ້ນຕອນດຳເນີນການດ້ວຍໂຕເອງ ຫມັ້ນໃຈໃນຄວາມສະອາດ ແລະມາດຕະຖານ ເພາະທີ່ຜ່ານມາ ລູກຄ້າໃນພື້ນທີ່ ກໍສັ່ງນ້ຳດື່ມຈາກໂຮງງານນັບມື້ເພິ່ມຂຶ້ນ ບໍ່ໄດ້ເກິດກໍລະນີເສຍຊີວິດ ຫຼື ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ດື່ມນ້ຳ.

ພ້ອມກັນນັ້ນ ທາງໂຮງງານນ້ຳດື່ມ ກໍຍັງຮຽກຮ້ອງໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ສືບສວນ-ສອບສວນ ຫາຂໍ້ເທັດຈິງຢ່າງເປັນທຳກັບທຸກຝ່າຍ ແລະເປິດເຜີຍຜົນການສືບສວນ-ສອບສວນ ຕໍ່ສັງຄົມຮັບຮູ້ ເພື່ອຄວາມກະຈ່າງແຈ້ງ.

ເຈົ້າຂອງໂຮງງານນ້ຳດື່ມແສງສະອາດ ກ່າວວ່າ: ເຂົາກະມາກວດມເບິ່ງ ແລ້ວກະເອົານ້ຳໄປ ແຕ່ວ່າກະຍັງອັນ ມີຜົນການວິໄຈນ້ຳເທື່ອ ຍັງບໍ່ທັນໄດ້ສະຫຼຸບວ່າ ຢາພິດ ມັນເປັນຢາຫຍັງ ແລ້ວກະມັນມາແຕ່ໃສ ເກິດຈາກຫຍັງ, ເຮົາກະເຮັດເອງ ເຮົາກະລ້າງເອງ ເຮົາບໍ່ໄດ້ມີພະນັກງານ ເຮົາລ້າງເອງໝົດທຸກຢ່າງ ແລ້ວເຮົາກະກວດເຊັກໝົກທຸກຢ່າງ ເຮົາກະໝັ່ນໃຈວ່າຄວາມສະອາດຂອງເຮົາມີພຽງພໍຢູ່ແລ້ວ.

ພາຍຫຼັງເກິດເຫດ ເຈົ້າໜ້າທີ່ ປກສ. ແຂວງວຽງຈັນ ກໍໄດ້ກັກຕົວ ທ້າວ ວິລະສິນ ໂຄດໜໍ່ຄຳ ແລະ ທ້າວ ສັນຕິ ໂຄດໜໍ່ຄຳ ເຈົ້າຂອງໂຮງງານນໍ້າດື່ມ ແລະ ກຳລັງສຸມໃສ່ການສືບສວນ - ສອບສວນ ຊອກຫາຂໍ້ມູນຫຼັກຖານການເສຍຊີວິດ ເພື່ອນຳຕົວຜູ້ກະທຳຜິດມານຳດຳເນີນຄະດີຕາມກົດໝາຍ.

Схожие новости

#Наименование новостиТональностьИнформативностьДата публикации
1ຊາວບ້ານສົງໄສປາຕາຍ ຍ້ອນສານເຄມີຈາກເຂື່ອນ026.6702-07-2026
2ລາວຂາດແຄນແຮງງານ, ແຮງງານຕ່າງດ້າວເຂົ້າມາແທນ 01001-07-2026
3ຄົນລາວ: ບໍ່ເຊື່ອວ່າ ມີແຕ່ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ036.6708-07-2026
4У Беларусь вернецца цяпло, але без экстрэмальнай спёкі01011-07-2026
5ຄ່າໄຟຟ້າແພງຂຶ້ນອີກແລ້ວ01017-08-2026
6На пилораме в Брянской области произошло возгорание0020-03-2022
7Вокруг АЭС впервые обнаружили странное "призрачное" свечение0805-07-2026
8Пожар на Приобском месторождении в ХМАО локализован0006-01-2019
9Китайцы создали безопасный ядерный реактор8719-08-2024

Классификация: . Схожих патентов: 0. Схожих новостей: 9. Тональность: 0. Информативность: 10. Источник: www.rfa.org.