Вход на сайт

Просмотр новости

Найдите то, что Вас интересует

ໄມ້ເຖື່ອນເມືອງຕຸ້ມລານ ສົ່ງອອກຂາຍ ຫວຽດນາມ

Дата публикации: 11-06-2026 00:32:10

ມີການລັກລອບຕັດໄມ້ຢູ່ເມືອງຕຸ້ມລານ ແຂວງສາລະວັນ ຫຼາຍພັນ ແມັດກ້ອນ

Основное содержимое страницы с новостью.

Radio Free Asia Logo

ໄມ້ເຖື່ອນເມືອງຕຸ້ມລານ ສົ່ງອອກຂາຍ ຫວຽດນາມ ຊາວບ້ານ ພາກັນຕັດໄມ້ຂາຍໃຫ້ພໍ່ຄ້າຫວຽດ ແຕ່ ເຈົ້າໜ້າທີ່ເສີຍ

ດ້ວຍ ອຸ່ນແກ້ວ ສຸກສະຫວັນ

2026.06.10

ມີການລັກລອບຕັດໄມ້ ຢູ່ເຂດເມືອງຕຸ້ມລານແຂວງ ສາລະວັນ ເພື່ອສົ່ງອອກໄປຂາຍຫວຽດນາມ.

ລົດແກ່ໄມ້ຈາກລາວ ຂວໍ້າຢູ່ຫວຽດນາມ ຍ້ອນແກ່ໄມ້ເກີນ

ປັດຈຸບັນ ໄມ້ທີ່ຕັດອອກມາມີການແປຮູບເປັນໄມ້ຕັບ ແລ້ວມາກອງໄວ້ສະໜາມໄມ້ ຢູ່ເຂດເມືອງຕຸ້ມລານເພື່ອກຽມໃສ່ລົດສົ່ງໄປຫວຽດນາມ.

ຊາວບ້ານເມືອງຕຸ້ມລານ ກ່າວວ່າ ໄມ້ດັ່ງກ່າວມີຈໍານວນຫຼາຍ 1,000 ແມັດກ້ອນ ແລະ ຈະຄ່ອຍທະຍອຍຂົນອອກໄປຜ່ານດ່ານຊາຍແດນລະໄລ ຢູ່ເມືອງສະໝ້ວຍ ແຂວງສາລະວັນ ທີ່ຕິດກັບຊາຍແດນຫວຽດນາມ.

ເຈົ້າໜ້າທີ່ ແຂວງສາລະວັນ ທ່ານນຶ່ງ ໄດ້ກ່າວວ່າ ຈຸດທ້ອນໂຮມໄມ້ຫ່າງຈາກໂຕເມືອງຕຸ້ມລານປະມານ 3-4 ກິໂລແມັດ ເທົ່ານັ້ນ.

ຊາວບ້ານ ຍັງກ່າວວ່າ ໄມ້ດັ່ງກ່າວ ເປັນໄມ້ຜິດກົດໝາຍເປັນຂອງປະຊາຊົນຢູ່ເຂດດັ່ງກ່າວ ໂດຍມີເຈົ້າໜ້າທີ່ເມືອງເປັນໃຈ ໃຫ້ຊາວບ້ານ.

ປະຊາຊົນພາກັນໄປຕັດໄມ້ ແລ້ວຂາຍໃຫ້ນັກທຸລະກິດຫວຽດນາມ ແລ້ວ ສົ່ງໄມ້ອອກໄປປະເທດຫວຽດນາມ.

ຊາວບ້ານເມືອງຕຸ້ມລານ ທ່ານນີ້ ກ່າວວ່າ ມີການຕັດໄມ້ຢູ່ເຂດເມືອງຕຸ້ມລານມາໄດ້ປະມານ 3 ປີແລ້ວ ແລະ ທີ່ຜ່ານມາ ກໍມີການຕັັດໄມ້ຢູ່ເຂດບ້ານນາກະເຈິີມ ເມືອງຕຸ້ມລານແຂວງສາລະວັນ.

ນອກຈາກນີ້ ໃນວັນທີ 9 ມິຖຸນາ ຍັງເກີດມີລົດແກ່ໄມ້ຂ້ວາມ ຢູ່ດ່ານຊາຍແດນ ຢູ່ ແຂວງ ສະຫວັນນະເຂດ.

Схожие новости

#Наименование новостиТональностьИнформативностьДата публикации
1ຈີນ, ຫວຽດນາມ ຈະພັດທະນາສອງແຂວງ ຫຼື ຂຸດເອົາແຮ່ທາດ07.5113-08-2026
2ຊາວບ້ານສົງໄສປາຕາຍ ຍ້ອນສານເຄມີຈາກເຂື່ອນ026.6702-07-2026
3В Тулуне Иркутской области уровень воды в реке опустился ниже критической отметки0009-06-2021
4Уровень воды в реке в иркутском городе Тулун опустился ниже десяти метров0001-07-2019
5Подъем реки Томь в Белогорске Амурской области превысил показатели наводнения 2013 года0031-07-2019
6Как защищаются жители деревень по Старотобольскому тракту от взбесившейся Туры010.6630-07-2026
7Уровень реки Томь в районе приамурского города Белогорска снизился0026-07-2021
8Три моста разрушены в Тулунском районе Иркутской области из-за паводка0027-06-2019
9В Тюменской области 29 населенных пунктов оказались в зоне подтопления011.3901-08-2026

Классификация: . Схожих патентов: 0. Схожих новостей: 9. Тональность: 0. Информативность: 10. Источник: www.rfa.org.